歌词
ເພງ: #ພາບເຄື່ອນໄຫວ
ເຮົາຈົບກັນຕັ້ງດົນແລ້ວ
ຈົນຂ້ອຍມີຄົນໃໝ່ແລ້ວ
ຄົນໃໝ່ກໍ່ດີທຸກຢ່າງ ເຂົາຮັກຂ້ອຍທຸກທາງ
ເຂົາເປັນຄົນດີແບບທີ່ຂ້ອຍໄຝຝັນ
ແຕ່ເຂົາຄືພາບເຄື່ອນໄຫວ...ເຈົ້າ
ເປັນເງົາສະທ້ອນໃຫ້ຂ້ອຍຄິດເຖິງເຈົ້າທຸກວັນ
ພາບເລື່ອງລາວເກົ່າໆ ທີ່ເຮົາເຄີຍຢູ່ຮ່ວມກັນ
ມັນຫວນກັບມາຢູ່ໃນໃຈຂ້ອຍອີກຄັ້ງ
ເປັນຫຍັງຂ້ອຍຈື່ງບໍ່ລືມ....ເຈົ້າ
ຍັງຄິດເຖິງເຈົ້າທັງທີ່ຂ້ອຍມີເຂົາຄຽງຂ້າງກັນ
ເຂົາທຳສິ່ງໃດກໍ່ເປັນເຈົ້າທັງນັ້ນ
ເຂົາດູແລຂ້ອຍດີກ່ວາເຈົ້າດ້ວຍຊ້ຳ
ແຕ່ຂ້ອຍກໍ່ຍັງບໍ່ລືມ....ເຈົ້າ
ສັບສົນວົນວາຍບໍ່ເຂົ້າໃຈຕົວເອງເໝືອນກັນ
ຫຼືມີສີ່ງໃດ ຕິດຢູ່ໃນຄວາມຊົງຈຳ
ທີ່ຂ້ອຍບໍ່ອາດລົບມັນອອກໄປ
ຂ້ອຍກໍ່ຮັກເຂົາ
ແລະກໍ່ຍັງມີເຂົາ
ຍັງດູແລໃສ່ໃຈໃຫ້ຄວາມຫ່ວງໃຍ
ເຂົາເປັນຄົນພິເສດຂອງຫົວໃຈ
ຊຳ້..............
专辑信息