歌词
ເຖິງແມ້ໃຈບໍ່ຕ້ອງການ
ແຕ່ກໍ່ຈະຍອມໃຫ້ຮັກເຮົາຈົບໄປເທົ່ານີ້
ຍອມໃຫ້ເຈົ້າຈາກໄປ
ກັ້ນນ້ຳຕາເອົາໄວ້ ບໍ່ໃຫ້ໄຫຼອອກມາ
ເມື່ອເຈົ້າບໍ່ຕ້ອງການ
ສິ່ງທີ່ມີໃນວັນນີ້ໝົດຄວາມໝາຍ
ແລະທຸກໆລົມຫາຍໃຈ
ຂອງເຈົ້າໃນຕອນນີ້ປ່ຽນເປັນເຂົາ
ຄືຄົນທີເຈົ້າຕ້ອງການທີ່ດີພ້ອມທຸກໆສິ່ງ(ທີ່ດີພ້ອມທຸກສິ່ງ)
ຄືຄວາມເປັນຈິງທີ່ໂຫດຮ້າຍຫລາຍໃຈເມື່ອເຈົ້າມາຂໍລາໄປ
ໝົດຫົນທາງທີຈະຂວາງເຈົ້າເອົາໄວ້ຕໍ່ໃຫ້ຮັກເຈົ້າພຽງໃດ
ກໍ່ບໍ່ອາດຈະຫ້າມໃຈ
ຍອມປ່ອຍໃຫ້ເຂົ້າພາເຈົ້າໄປ ຍອມທໍລະມານຫົວໃຈຊາຍຄົນນີ້
ຖ້າເຈົ້າຕ້ອງການ

ເຈົ້າກໍ່ຄົງຈະຕ້ອງໄປ
ເພາະວ່າມັນຄືພໍໃຈທີ່ເຈົ້າຕ້ອງການ ເຖິງມັນທໍລະມານ
ໃຫ້ຈົບແບບນີ້ ຕ້ອງຍອມໃຫ້ໄປ ຖ້າຕ້ອງການ